Tuesday, March 3, 2009

ສູນບໍລິການໂນເກຍ


ຕັ້ງຢູ່ບ້ານຝາຍ, ຖະຫນົນດົງປ່າລານ ໂທ: 021-453095

ກິດຈະກຳຄືນກຳໄລໃຫ້ແກ່ລູກຄ້າ

ໃນໄລຍະເດືອນກຸມພາຜ່ານມາ ທາງສູນບໍການໂນເກຍໄດ້ຈັດກິດຈະກຳຄືນກຳໄລໃຫ້ແກ່ລູກຄ້າທຸກທ່ານດ້ວຍການແຈກຂອງຂວັນ ໃນວັນທີ 14 ກຸມພາຜ່ານມາ ເຊິ່ງເຮັດໃຫ້ລູກຄ້າທຸກທ່ານໄດ້ຮັບຄວາມສຸກເລັກໆນ້ອຍໆຈາກການຮ່ວມກິດຈະກຳດັ່ງກ່າວ.



ສຳລັບລູກຄ້າທ່ານໃດທີ່ພາດໂອກາດ ຮ່ວມກິດຈະກຳດີໆ ໃນຄັ້ງນີ້ ກໍ່ບໍ່ຕ້ອງເສຍໃຈ.
ເພາະ ບໍລິສັດ ແອວທອງຮວດ (ໂນເກຍ) ຈຳກັດ ຮ່ວມກັບ ໜັງສືພິມ “ເສດຖະກິດ-ສັງຄົມ ”
ໄດ້ມີກິດຈະກຳຂໍເຊີນທ່ານ ຮ່ວມລຸ້ນຮັບມືຖືທີ່ທັນສະໄໝ ລຸ້ນ NOKIA 5800 ມູນຄ່າ ສາມລ້ານກ່ວາກີບ.


ເພື່ອເປັນການຕ້ອນຮັບປີໃໝ່ລາວ ທີ່ໃກ້ຈະມາເຖິງນີ້, ໜັງສືພິມ ປະຊາຊົນ “ເສດຖະກິດ-ສັງຄົມ”
ຮ່ວມກັບ ບໍລິສັດ ແອວທອງຮວດ (ໂນເກຍ) ຈຳກັດ ໄດ້ຈັດລາຍການພິເສດເພື່ອມອບໂຊກໃຫ້ແກ່ບັນດາທີ່ມີໜັງສືພິມ “ເສດຖະກິດ-ສັງຄົມ” ໃນມື ຫລື ລູກຄ້າທີ່ເປັນສະມາຊິກຂອງໜັງສືພິມຢູ່ແລ້ວ, ສ່ວນລູກຄ້າທີ່ບໍ່ໄດ້ສັ່ງຈອງກໍ່ບໍ່ຕ້ອງເສຍໃຈ ເພາະພຽງແຕ່ທ່ານໂທເຂົ້າມາສັ່ງຈອງ ໜັງສືພິມ “ເສດຖະກິດ-ສັງຄົມ” ແລະ ຊື້ຕາມຮ້ານຂາຍໜັງສືພິມທົ່ວໄປ ຫລື ທ່ານທີ່ຊື້ໂທລະສັບທີ່ສູນໂນເກຍ ແລະ ສາຂາຕ່າງໆທຸກລຸ້ນ ທີ່ຂື້ນກັບສູນໂນ
ເກຍກໍ່ມີສິດລຸ້ນຮັບໂທລະສັບມືຖືໂນເກຍ 5800.
ກະຕິກາງ່າຍໆ: ພຽງແຕ່ທ່ານຕັດເອົາຂອບເຂດທີ່ກຳນົດຢູ່ໜ້າທຳອິດຂອງໜັງສືພິມ, ຂຽນຊື່ທີ່ຢູ່ພ້ອມດ້ວຍເບີໂທຕິດຕໍ່ ແລ້ວສົ່ງມາທີ່ສູນຈຳໜ່າຍໜັງສືພິມ “ປະຊາຊົນ” “ປະເທດລາວ” ຖະໜົນຢອນເນ ບ້ານຊຽງຍືນ, ( ຕໍ່ໜ້າທະນາຄານ ແຫ່ງ ສປປ ລາວ ) ຫລື ທີ່ສູນບໍລິການ ໂນເກຍ ຖະໜົນດົງປ່າລານ, ບ້ານຝາຍ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ເພື່ອຈ້ຳກາ (ຄ່າລົງທະບຽນໃບລະ1,000ກີບ).
- ເລີ່ມສົ່ງສີ້ນສ່ວນແຕ່ວັນທີ 2 ມີນາ 2009 ໝົດເຂດຮັບສີ້ນສ່ວນວັນທີ 8 ເມສາ, ຈະປະກາດຜົນໃນວັນທີ
13 ເມສາ 2009 ທາງໜັງສືພິມ “ເສດຖະກິດ-ສັງຄົມ” , “ປະຊາຊົນ” ແລະ ໜັງສືພິມ ‘ປະເທດລາວ”